ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບ້ານໂພນໄຊ ເມືອງໃໝ່ ແຂວງຜົ້ງສາລີ ຖືກນໍ້າຖ້ວມ


   ເນື່ອງຈາກມີຝົນຕົກຫຼາຍມື້ຕິດຕໍ່ກັນ, ໃນຕອນເຊົ້າເວລາ 6 ໂມງ 30 ນາທີ ຂອງວັນທີ 4 ກໍລະກົດ 2023 ທີ່ຜ່ານມາ, ບ້ານໂພນໄຊ, ເມືອງໃໝ່,
ແຂວງຜົ້ງສາລີ ໄດ້ຖືກນໍ້າຖ້ວມເຊິ່ງເປັນແມ່ນໍ້າ 2 ສາຍຄື: ນໍ້າປາ ແລະ ສາຍນໍ້າງໍ້ ທີໄຫຼມາປ້ອງໃສ່ກັນຢູ່ທາງທິດໃຕ້ຂອງບ້ານ ເຮັດໃຫ້ນໍ້ານອງໄຫຼສຸກວມ
ຮອດບ້ານໂພນໄຊ, ຕາມເສັ້ນທາງກໍ່ມີການເສາະເຈື່ອນຫຼາຍບ່ອນ, ອີງຕາມການລາຍງານຂອງ ສະຫາຍ ພັນຕີີ ເພັດແກ້ວ ອຸ່ນປະເສີດ ຫົວໜ້າການເມືອງ
ກອງຮ້ອຍທະຫານຊາຍແດນ 116 ທີ່ຂຶ້ນກັບທະຫານແຂວງຜົ້ງສາລີ, ທາງຄະນະພັກ, ຄະນະບັນຊາ ກອງຮ້ອຍໄດ້ຄົ້ນຄວ້າແຕ່ງຕັ້ງກໍາລັງຈໍານວນ 50 ສະ
ຫາຍ ແລະ ພາຫະນະ ເປັນຕົ້ນລົດອູອ໋ອດ 1 ຄັນ, ລົດຈັກ 1 ຄັນລົງຊ່ວຍພໍ່ແມ່ປະຊາຊົນບ້ານດັ່ງກ່າວໃນການເຄື່ອນຍ້າຍເຄື່ອງຂອງ, ສັດລ້ຽງ ແລະ ອື່ນໆ.
ສ່ວນຜົນກະທົບການເສຍຫາຍຕ່າງໆຍັງບໍ່ໄດ້ຂໍ້ມູນລະອຽດ ແລະ ຈະໄດ້ລາຍງານໃຫ້ຮູ້ຕື່ມພາຍຫຼັງ.

ແຫຼ່ງທີ່ມາ: ທອງສຸກ ຈັນຖະໜອມ
ວັນທີ 09/08/2023